ສູນກາງແນວລາວສ້າງຊາດ

Lao Front For National Development

ສນຊ ຜັນຂະຫຍາຍ ຄໍາສັ່ງ 169/ຄລສພ ກ່ຽວກັບການເຄື່ອນໄຫວວຽກງານກວດກາ

  ໃນວັນທີ 24 ຕຸລາ 2022 ນີ້, ກົມກວດກາ ສູນກາງແນວລາວສ້າງຊາດ ເປີດກອງປະຊຸມເຜີຍແຜ່ຄໍາສັ່ງແນະນໍາເລກທີ 169/ຄກສພ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ ເປັນກຽດເຂົ້າຮ່ວມຂອງສະຫາຍ […]

ໃນເມື່ອບໍ່ດົນຜ່ານມານີ້ ຄໍາມ່ວນ ສຸມໃສ່ສັກວັກຊີນປ້ອງກັນ ໂຄວິດ-19

  ແຂວງຄຳມ່ວນ ພວມເລັ່ງຈັດຕັ້ງປະຕິບັດວຽກງານ ສັກວັກຊີນກັນໂຄວິດ-19 ໂດຍສຸມໃສ່ວຽກງານໂຄສະນາສຸຂະສຶກສາຜ່ານາຊ່ອງທາງຕ່າງໆ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຜູ້ຢູ່ໃນເກນອາຍຸ ໄດ້ເຂົ້າຮັບວັກຊີນຢ່າງເປັນຂະບວນ ແນໃສ່ບັນລຸໂຕເລກຄາດໝາຍ 80% ຂຶ້ນໄປ. ທ່ານ ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄຳມ່ວນ […]

  ສະຫວັນນະເຂດ ສືບຕໍ່ໂຄສະນາ ສັກຢາວັກຊິນປ້ອງກັນໂຄວິດ-19 ໃນລະຫວ່າງວັນທີ 13-14 ກັນຍາ 2022 ນີ້, ທ່ານ ນາງ ນິນລະພາ ພົມມະຈັນ ວິຊາການຕາງໜ້າສູນສື່ສານເພື່ອສຸຂະພາບ ພ້ອມດ້ວຍຄະນະສື່ມວນຊົນຈາກພາກສ່ວນຕ່າງໆ […]

ປະທານ​ສູນກາງແນວລາວສ້າງຊາດ​ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

  ໃນວັນທີ 19 ກັນຍາ 2022 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,​ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຜົ້ງສາລີ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ […]

ສູນສື່ສານເພື່ອສຸຂະພາບລົງຕິດຕາມການມອບເຄື່ອງຊຸກຍູ້ຂະບວນການສັກຢາວັກຊິກປ້ອງກັນພະຍາດໂຄວິດ-19

  ໃນວັນທີ 12 ກັນຍາ 2022 ນີ້, ທ່ານ ນາງ ນິນລະພາ ພົມມະຈັນ ວິຊາການຕາງໜ້າສູນສື່ສານເພື່ອສຸຂະພາບ ພ້ອມດ້ວຍຄະນະສື່ມວນຊົນຈາກພາກສ່ວນຕ່າງໆ ໄດ້ລົງຕິດຕາມເກັບກໍາຂໍ້ມູນ ແລະ ຊຸກຍູ້ຂະບວນການປຸກລະດົມໂຄສະນາການສັກຢາວັກຊິກປ້ອງກັນພະຍາດໂຄວິດ-19 […]

ເຂົ້າອວຍພອນ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ

ໃນວັນທີ 2 ກັນຍາ 2022 ນີ້, ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ ເຂົ້າອວຍພອນ ທ່ານ ຫງວຽນບ່າຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ສ​ປ​ປ ລາວ […]

ເຊື່ອມຊຶມມະຕິ 4 ສະໄໝທີ XI ຂອງພັກ

  ສູນກາງແນວລາວສ້າງຊາດ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ເປັນກຽດເຜີຍແຜ່ໂດຍສະຫາຍ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານ ສນຊ ມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ ຫ້ອງການ, […]

ສະຫຼຸບການເຄື່ອນໄຫວວຽກງານ ຍຸຕິທໍາ ແລະ ກົດໝາຍ

ໃນວັນທີ 26 ສິງຫາ 2022 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ (ສນຊ) ໄດ້ສະຫຼຸບການເຄື່ອນໄຫວຂອງຄະນະທີ່ປຶກສາວຽກງານຍຸຕິທໍາ ແລະ ກົດໝາຍ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ […]

ປະທານ ສນຊ ພົບປະໂອ້ລົມ ອົງການພຸດທະສາສະໜາ

 ໃນວັນທີ 24 ສິງຫາ 2022 ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ພົບປະກັບຄະນະກໍາມະການບໍລິຫານງານ ສູນກາງອົງການພຸດທະສາສະໜາ ສໍາພັນ ແຫ່ງ ສປປ […]

ການນໍາ ສນຊ ເຂົ້າຮ່ວມຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດຢູ່ເມືອງປາກງື່ມ

ໃນວັນທີ 2 ມິຖຸນາ 2022, ແນວລາວສ້າງຊາດເມືອງປາກງື່ມ ຮ່ວມກັບອົງການປົກຄອງເມືອງປາກງື່ມ ແລະ ກອງພັນ 512 ໄດ້ຈັດກິດຈະກໍາ ວັນປູກຕົ້ນໄມ້ແຫ່ງຊາດ ຂື້ນທີ່ກອງພັນ 512 ແລະ ໂຮງຮຽນວິຊາຊີບ […]

info@lfnd.org.la | 021 213754 | (856-21) 453191